ໃນປີ 2016, ທີມງານລາວ-ອອສເຕຣເລັຽໄດ້ເລີ່ມຄົ້ນຄວ້າບູຮານຄະດີ ຢູ່ທີ່ທົ່ງໄຫຫີນ ຊຶ່ງໄດ້ຮັບທຶນສະໜັບສະໜູນ ຈາກສະພາຄົ້ນຄວ້າແຫ່ງປະເທດອອສເຕຣເລັຽ. ຕລອດລະຍະເວລາຂອງໂຄງການ 5 ປີນັ້ນ, ທີມງານໄດ້ຂຸດຄົ້ນຢູ່ສະຖານທີ່ສາມແຫ່ງ(ສອງຄັ້ງຢູ່ສະຖານທີ່ 1, ສະຖານທີ່ 2 ແລະສະຖານທີ່ 52) ແລະໄດ້ຄົ້ນພົບສະຖານທີ່ບ່ອນມີໄຫຫີນໃຫຍ່ຫຼາຍກວ່າ 25 ແຫ່ງທີ່ບໍ່ມີເອກະສານຢັ້ງຢືນໄວ້.

ການຄົ້ນພົບທີ່ເກີດຂຶ້ນຈາກການຂຸດຄົ້ນແລະການ ສຳຫຼວດເຫຼົ່ານີ້ພ້ອມກັບບົດລາຍງານ, ການວິເຄາະ, ແຜນທີ່, ຮູບແບບຈຳລອງ 3 ມິຕິ ແລະ ສິ່ງທີ່ຕີພິມໂຄສະນາຂ່າວສານຕ່າງໆຊຶ່ງປາກົດຢູ່ໃນເວບໄຊທ໌. ຂໍ້ມູນທີ່ຮວມຢູ່ນັ້ນຄືຂໍ້ມູນກ່ຽວກັບແຕ່ລະສະຖານທີ່ຊຶ່ງມີຮູບພາບຂອງໄຫຫີນແຕ່ລະໜ່ວຍທີ່ໄດ້ວາງສະແດງຢູ່ທີ່ນັ້ນເພື່ອຊ່ວຍມາດຕະການອະນຸຣັກຢ່າງຕໍ່ເນື່ອງແລະເພື່ອໃຫ້ແຫລ່ງຂໍ້ມູນທີ່ເປີດກວ້າງ ສຳລັບນັກຄົ້ນຄວ້າ, ນັກສຶກສາ, ບຸກຄະລາກອນດ້ານມໍລະດົກ ທາງວັດທະນະທຳ ແລະຊຸມຊົນທີ່ກວ້າງຂວາງໃນອະນາຄົດ. ເມື່ອສະຖານທີ່ຕ່າງໆທີ່ໄດ້ກ່າວມາແລ້ວນັ້ນໄດ້ຮັບການບັນທຶກ, ໄດ້ຖ່າຍຮູບແລະແຕ້ມແຜນທີ່ໄວ້, ສາງເກັບຂໍ້ມູນແຫ່ງນີ້ຈະມີການພັດທະນາແລະຂະຫຍາຍຕົວໃຫ້ກາຍເປັນບ່ອນເກັບມ້ຽນຂໍ້ມູນທີ່ຄົບຖ້ວນທີ່ສຸດຂອງວັດທະນະທຳ ກ່ຽວກັບເລື່ອງໄຫຫີນໃຫຍ່ ຂອງປະເທດລາວ.

ພວກເຮົາຂໍຂອບໃຈນຳກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ, ເພື່ອນຮ່ວມງານມໍຣະດົກແຫ່ງຊາດ, ເມືອງ ແລະແຂວງຂອງພວກເຮົາແລະປະຊາຊົນລາວທີ່ໃຫ້ການສະໜັບສະໜູນ ຢ່າງຕໍ່ເນື່ອງ. ນອກຈາກນີ້ພວກເຮົາກໍຂໍສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫລວງມາຍັງສະຖານທູດອອສເຕຣເລັຽປະຈຳນະຄອນຫລວງວຽງຈັນອີກເໝືອນກັນທີ່ໄດ້ໃຫ້ການສະໜັບສະໜູນທີມງານນາໆຊາດຂອງພວກເຮົາໃນຄັ້ງນີ້.

ນັກແປ

ທີມງານຄົົ້ນຄວົ້າຂອງພວກເຮົາຂໍຈາຣຶກແລະຮ ົ້ບຸນຄຸນມາຍັງພຣະອາຈາຣຍ໌ ຄໍາແຝງ ແສນປຣະເສີດ ພົ້ອມດົ້ວຍ ທ່ານຖີົ້ນ ແລະ ຍານາງຈັນທະວອນ ສຸດພົມມະສານ ເປັນຢ່າງຍ ່ງທີ່ຊ່ວຍເຫລືອການແປຂໍົ້ມ ນຂ່າວສານ ອັນນີົ້ ຈາກພາສາອັງກ ດມາເປັນພາສາລາວ ສໍາລັບເວັບໄຊທ໌ນີົ້.